ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເຈລະຈາ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ 3 ດ້ານ

     ວັນ​ທີ 10 ພະຈິກ, ທ່ານ ລ້ຽວ​ມີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ຖະແຫຼງ​ຂ່າວ​ຢູ່​ນະຄອນ ຊັນ​
ຟຣານ​ຊີ​​ສ​ໂກ, ປະເທດ ສ ອາ​ເມ​ຣິ​ກາ ເພື່ອ​ແນະນຳ​ສະພາບ​ການ​ຢ້ຽມຢາມ​ ອາ​ເມ​ຣິ​ກາ ​ຂອງ​ທ່ານ ເຮີ​ລີ້​ເຟີ່ງ ກຳມະການ​ກົມ
​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ຜູ້​ຮັບຜິດຊອບ​ຝ່າຍ​ຈີນ ກ່ຽວ​ກັບ​ວຽກ​ງານ​ເສດຖະກິດ​
ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ, ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໂດຍ​ກ່າວ​ວ່າ: ການ​ພົບ​ປະ​ເຈລະຈາ​ທາງ​ເສດຖະກິດ​ການ​ຄ້າ​ຈີນ-ອາ​
ເມ​ຣິ​ກາ​ຮອບ​ໃໝ່​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ສາມ​ດ້ານ​ຄື:

     ໜຶ່ງ, ແມ່ນ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ, ສະແຫວງຫາ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​
ກັນ, ຫຼີກເວັ້ນ​ບໍ່​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຜິດຈົນ​ວ່າ​ພາໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ຮ້າຍ​ແຮງ​ຂຶ້ນ.

     ສອງ, ແມ່ນ​ເນັ້ນ​ໜັກ​ວ່າ ຈີນ ແລະ ອາ​ເມ​ຣິ​ກາ ​ຈະ​ບໍ່​ສະແຫວງ ຫາ​ໃຫ້​ຕັດ​ການ​ພົວພັນ​ກັນ​ດ້ານ​ເສດຖະກິດ, ຫາກ​ແມ່ນ​ມີ​
ຄວາມ​ຍິນ​ດີ​ຕໍ່​ກັບ​ການ​ພົວພັນ​ເສດຖະກິດ​ທີ່​ປອດ​ໃສ, ສະໜອງ​ສະພາບ​ແວດລ້ອມ​ການ​ແຂ່ງຂັນ​ກັນ​ທີ່​ສະເໝີພາບ​ໃຫ້​ວິ​ສາ​ຫະ​ກິດ
ແລະ ກຳມະກອນ​ຂອງ​ສອງ​ປະເທດ, ເພີ່ມ​ຄວາມສຸກ​ໃຫ້​ປະຊາຊົນ​ສອງຊາດ.

     ສາມ, ແມ່ນ​ເຫັນ​ດີ​ຈະ​ພະຍາຍາມ​ຮ່ວມ​ກັນ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ ເຊິ່ງ​ລວມ​ທັງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ,
ຄວາມ​ໝັ້ນ​ທ່ຽງ​ດ້ານ​ທະນາຄານ ແລະ ການ​ຕິດຕາມ​ຄຸ້ມ​ຄອງ​ທີ່​ກ່ຽວຂ້ອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/11/2023